ນະໂຍບາຍຄວາມເປັນສ່ວນຕົວ

The Barber Lao — POS System by Ulaodev

ອັບເດດລ່າສຸດ: 22/07/2026

ແອັບພລິເຄຊັນ The Barber Lao POS ພັດທະນາໂດຍ Ulaodev ມຸ່ງໝັ້ນປົກປ້ອງຄວາມເປັນສ່ວນຕົວຂອງຜູ້ໃຊ້ງານ. ນະໂຍບາຍນີ້ອະທິບາຍການເກັບກຳ, ການນຳໃຊ້, ແລະ ການປົກປ້ອງຂໍ້ມູນສ່ວນຕົວຂອງທ່ານ.

1. ຂໍ້ມູນທີ່ເຮົາເກັບກຳ

ເຮົາເກັບສະເພາະຂໍ້ມູນທີ່ຈຳເປັນສຳລັບການໃຫ້ບໍລິການລະບົບ POS ເທົ່ານັ້ນ, ໄດ້ແກ່:

2. ຈຸດປະສົງການນຳໃຊ້ຂໍ້ມູນ

ຂໍ້ມູນທີ່ເກັບກຳຖືກນຳໃຊ້ເພື່ອ:

3. ການແບ່ງປັນຂໍ້ມູນກັບບຸກຄົນທີສາມ

ເຮົາບໍ່ຂາຍ, ຈຳໜ່າຍ, ຫຼື ສົ່ງຕໍ່ຂໍ້ມູນສ່ວນຕົວຂອງທ່ານໃຫ້ກັບພາກສ່ວນທີສາມ. ຂໍ້ມູນທັງໝົດຖືກເກັບຮັກສາໄວ້ເທິງ server ຂອງລະບົບ ແລະ ໃຊ້ ພາຍໃນລະບົບເທົ່ານັ້ນ.

4. ຄວາມປອດໄພຂອງຂໍ້ມູນ

5. ການເຂົ້າເຖິງ Local Network

ແອັບຂໍສິດທິ໌ເຂົ້າເຖິງ Local Network ເພື່ອສົ່ງຂໍ້ມູນການພິມໄປຍັງ ເຄື່ອງພິມ XPrinter ທີ່ເຊື່ອມຕໍ່ ພາຍໃນ WiFi ດຽວກັນ. ຂໍ້ມູນທີ່ສົ່ງແມ່ນຂໍ້ມູນໃບເສດ ໃນຮູບແບບ ESC/POS ເທົ່ານັ້ນ, ບໍ່ມີການສົ່ງຂໍ້ມູນສ່ວນຕົວອອກນອກ network.

6. ການເກັບຮັກສາຂໍ້ມູນ

ຂໍ້ມູນຈະຖືກເກັບຮັກສາຕະຫຼອດໄລຍະເວລາທີ່ບັນຊີຜູ້ໃຊ້ຍັງໃຊ້ງານຢູ່. ເມື່ອຍົກເລີກການໃຊ້ງານ, ສາມາດຕິດຕໍ່ຂໍລຶບຂໍ້ມູນໄດ້ຕາມຊ່ອງທາງດ້ານລຸ່ມ.

7. ສິດທິ໌ຂອງຜູ້ໃຊ້

ທ່ານມີສິດທິ໌ດັ່ງຕໍ່ໄປນີ້ ກ່ຽວກັບຂໍ້ມູນສ່ວນຕົວ:

ເບິ່ງລາຍລະອຽດເພີ່ມເຕີມໄດ້ທີ່ ຕົວເລືອກຄວາມເປັນສ່ວນຕົວຂອງຜູ້ໃຊ້

8. ການປ່ຽນແປງນະໂຍບາຍ

ເຮົາອາດປັບປຸງນະໂຍບາຍນີ້ເປັນໄລຍະ. ການປ່ຽນແປງຈະມີຜົນທັນທີທີ່ເຜີຍແຜ່ໃນໜ້ານີ້. ແນະນຳໃຫ້ກວດສອບນະໂຍບາຍນີ້ເປັນປະຈຳ.

ຕິດຕໍ່ເຮົາ ກ່ຽວກັບຄວາມເປັນສ່ວນຕົວ

Ulaodev — The Barber Lao POS

ອີເມລ: ulaodev@gmail.com

ເວັບໄຊ: thebarberlao.ulaodev.com